Advertisement

Responsive Advertisement

ຄຸນ​ປະ​ໂຫຍ​ດຂອງ​ໄອ​ພີ IP Address

ຄຸນ​ປະ​ໂຫຍ​ດຂອງ​ໄອ​ພີ  IP Address
         IP Address   ຄື​ໝາຍ​ເລກ​ທີ່​ຊ່ວຍ​ລະ​ບຸ​ແຍກ​ແຍະ​ຄວາມ​ແຕກ​ຕ່າງ​ຂອງ​ເຄື່ອງ​ຄອມພິວເຕີ  ແລະ ​ ອຸປະກອນ​ເຄືອ​ຂ່າຍ​ຕ່າງໆ  ທີ່​ມີ​ການ​ເຊື່ອມ​ຕໍ່​ໃນ​ເຄືອ​ຂ່າຍ​ດຽວ​ກັນ   ຫລື​  ຈະ​ເປັນ​ການ​ເຊື່ອມ​ຕໍ່​ນອກ​ເຄືອ​ຂ່າຍ​ກໍ່​ໄດ້​ເຊັ່ນ​ກັນຢ່າງ​ທີ່​ກ່າວ​ມາ​ແລ້ວ​ໃນ​ຕອນ​ຕົ້ນ​ວ່າ  IP Address  ປຽບ​ໄດ້​ດັ່ງ​ເລກ​ທີ່​ຂອງເຮືອນ​ໃນ​ການຕັ້ງ   IP Address   ຈະ​ຕັ້ງ​ບໍ່​ໃຫ້​ຊ້ຳ​ກັນ​ຢ່າງ​ເດັດ​ຂາດ  ເພາະ​ຖ້າ​ຊ້ຳ​ກັນ​ຈະ​ເຮັດໃຫ້​ເກີດ​ຄວາມ​ສັບ​ສົນ​ໃນ​ການ​ຕິດ​ຕໍ່​ສື່​ສານພາຍ​ໃນລະບົບ​ເຄືອ​ຂ່າຍ ເຊີ່ງ​ນີ້​ເອງ​ເລີຍ​ມີໜ່ວຍ​ງານ​ທີ່​ອອກ​ມາ​ກຳນົດ​ເລື່ອງ​ຂອງການຕັ້ງ​ຄ່າ  IP Address   ຂຶ້ນມາ  ຈຶ່ງ​ໄດ້​ມີ​ການ​ກໍ່​ຕັ້ງ​ອົງກອນ​ເພື່ອແຈກ​ຈ່າຍ​ໄອ​ພີ IP Address.
         ໂດຍ​ສະເພາະຊື່​ອົງ​ກອນ​ວ່າ:    InterNIC    (International  Network  Information  Center)     ຢູ່​ທີ່​ປະເທດ​ສະ​ຫຼັດ​ອະ​ເມ​ລິ​ກາ ການ​ແຈກ​ຈ່າຍ​ນັ້ນ​ທາງ  InterNIC ຈະ​ແຈກ​ຈ່າຍ​ສະເພາະ Network  Address  ໃຫ້​ແຕ່​ລະ​ເຄືອ​ຂ່າຍ ສ່ວນ​ລູກ​ຂ່າຍ​ຂອງ​ເຄື່ອງ ທາງ​ເຄືອ​ຂ່າຍ​ນັ້ນ​ກໍ່ຈະ​ເປັນຜູ້​ແຈກ​ຈ່າຍອີກ​​ເທື່ອ​ໜຶ່ງ  ດັ່ງ​ນັ້ນ​ພໍ​ສະຫລຸບ​ໄດ້​ວ່າ   IP Address  ຈະ​ປະກອບ​ດ້ວຍ​ຕົວ​ເລກ   2  ສ່ວນຄື:   Network   Address  ແລະ  Computer Address  ຫລື  Network ID  &  Host ID.
                  IP Address  ມີ​ປະໂຫຍດ​ໃນ​ລະບົບ  Network ຢ່າງ​ຫຼາຍເພາະ​ວ່າ​ເລກ IP Address  ເປັນ​ເລກ​ສະເພາະ​ອຸປະກອນ​ອິ​​ເລັກ​ໂທຣ​ນິກສ໌​ ເຊີ່ງ​ແຕ່​ລະ​ເຄື່ອງ​ຈະ​ມີ​ເລກ  IP Address   ທີ່​ບໍ່​ຄືກັນ ເພື່ອ​ບໍ່​ໃຫ້​ເກີດ​ຄວາມ​ຄວາມ​ສັບ​ສົນ​ໃນ​ການ​ຕິດ​ຕໍ່​ສື່​ສານ​ພາຍ​ໃນ​ເຄືອ​ຂ່າຍ   ແລະ​  ຍັງ​ຊ່ວຍ​ໃຫ້​ຜູ້​ເບິ່ງແຍງ​ລະບົບ​ເຄືອ​ຂ່າຍ​ສາມາດອອກ​ແບບ​ສ້າງ ​ ແລະ  ຄວບ​ຄຸມ​ການເຮັດວຽກງານ​ຂອງລະບົບ​ເຄືອ​ຂ່າຍ​ໄດ້​ຢ່າງ​ງ່າຍ​ໄດ້​ ແລະ ​ບໍ່​ສັບ​ສົນ 
              Network ID  ແມ່ນລະ​ບຸ​ຂອບ​ເຂດ​ຂອງ​​ເຄືອ​ຂ່າຍວ່າຢູ່ໃນເຂດໃດ  
                  Host ID  ແມ່ນ​ລະບຸ​ຕຳ​ແໜງຂອງເຄື່ອງ​ຄອມ​ພິວ​ເຕີ  ຫລື  ອຸປະກອນເຄື່ອຂ່າຍ



แสดงความคิดเห็น

0 ความคิดเห็น