Advertisement

Responsive Advertisement

ປະຫວັດຄວາມເປັນມາຂອງອິນເຕີລ໌ເນັດ

ປະຫວັດຄວາມເປັນມາຂອງອິນເຕີລ໌ເນັດ

              ອິນ​ເຕີ​ລ໌​ເນັດແມ່ນເປັນ​ໂຄງ​ການ​ຂອງ  ARPA net   (Advanced Research  Projects Agency  Network) ​  ​ເຊີ່ງ​ເປັນ​ໜ່ວຍ​ງານ​ທີ່​ສັງ​ກັດ​ໃນກະ​ຊວງ​ການກະລາ​ໂຫມຂອງສະຫະລັດອາ​ເມ​ລິ​ກາ  (U.S. Department of  Defense – DOD)  ຖືກ​ກໍ່​ຕັ້ງເມື່ອ​ປປີ ຄ.ສ. 1960 (ພ.ສ. 2503) ແລະ​ ໄດ້​ຖືກ​ພັດທະນາ​​ມາ​ເລື້ອຍໆ.
            ຕໍ່ມາ​ໃນ​ປີ ຄ.ສ.1969 (ພ.ສ. 2512)  ARPA  ໄດ້ຮັບ​ທຶນສະໜັບ​ສະໜູນຈາກ​ຫລາຍ​ຝ່າຍ ​ເຊີ່ງ​ໜຶ່ງ​ໃນ​ຜູ້​ສະໜັບສະໜູນ​ກໍໍ່ຄື  Edward  Kenedy ແລະ​ ກໍ່​ໄດ້ປ່ຽນ​ຊື່​ຈາກ  ARPA  ມາເປັນ DARPA (Defense Advanced Research Projects Agency) ພ້ອມ​ປ່ຽນ​ແປງ​ນະໂຍບາຍ​ບາງຢາງ
          ຕໍ່ມາໃນ​ປີ ຄ.ສ. 1969 (ພ.ສ. 2512) ນີ້​ເອງ​ທີ່​ໄດ້​ທົດລອງ​ການ​ເຊື່ອມ​ຕໍ່​ຄອມພິວເຕີ​ຄົນ​ລະ​ຊະນິດຈາກ 4 ແຫ່ງ ເຂົ້າ​ຫາ​ກັນ​ເປັນ​ເທື່ອທຳ​ອິດຄື: ມະຫາ​ວິທະຍາ​ໄລ​ແຄ​ລິ​ຟໍລ໌​ເນຍ, ສະ​ຖາ​ບັນ​ວິ​ໄຈ​ສະ​ແຕນ​ຟອດລ໌​, ມະຫາ​ວິທະຍາ​ໄລ​ແຄ​ລິ​ຟໍລ໌​ເນຍ ແລະ ມະຫາ​ວິທະຍາ​ໄລ​ຍູ​ທາຫ໌ ເຄືອ​ຂ່າຍ​ທົດລອງ​ປະ​ສົບ​ຄວາມ​ສຳ​ເລັດ​ຢ່າງ​ຫຼາຍ ດັ່ງ​ນັ້ນ​ໃນ​ປີ ພ.ສ 1975 (ພ.ສ 2518)  ຈຶ່ງ​ໄດ້​ປ່ຽນ​ຈາກ​ເຄືອ​ຂ່າຍ​ທົດລອງມາເປັນ​ເຄືອ​ຂ່າຍ​ທີ່​ໃຊ້​ງານ​ຈິງ  ເຊີ່ງ DARPA  ໄດ້​ໂອນ​ໜ້າທີ່​ຮັບ​ຜິດຊອບໂດຍ​ກົງ ໃຫ້​ແກ່ໜ່ວຍ​ການ​ສື່​ສານ​ຂອງ​ກອງທັບ​ສະ​ຫະລັດ.
          ແຕ່​ໃນ​ປະຈຸບັນ Internet ມີ​ຄະນະ​ເຮັດວຽກ​ທີ່​ຮັບ​ຜິດຊອບ​ບໍລິຫານເຄືອ​ຂ່າຍ​ໂດຍ​ລວມເຊັ່ນ: ISOC (Internet Society)  ເບິ່ງແຍງ​ວັດ​ຖຸ​ປະສົງ​ຫລັກ   IAB  (Internet Architecture Board)  ພິຈາລະນາ​ອະ​ນຸມັດມະ​ຕິ​ມາດຕະຖານ​ໃໝ່​ໃນ Internet,IETF (Internet Engineering Task Force)  ພັດທະນາ​ມາດຕະຖານ​ທີ່​ໃຊ້​ກັບ Internet  ເຊີ່ງ​ເປັນ​ການເຮັດວຽກງານ​ໂດຍ​ອາ​ສາ​ສະໝັກທັງ​ສິ້ນ.
          ຕໍ່າມໃນ​ປີ ພ.ສ. 2528  ມູນ​ນິ​ທິ​ວິທະຍາ​ສາດ​ແຫ່ງ​ຊາດ​ຂອງສະຫະລັດ​ເມ​ລິ​ກາ (NSF) ໄດ້ໃຫ້​ເງີນ​ທຶນ​ໃນ​ການສ້າງ​ສູນ​ຊູ​ເປີລ໌​ຄອມພິວເຕີ  6 ແຫ່ງ ແລະ​ ໃຊ້​ຊື່​ວ່າ: NSFNET  ແລະ ​ພໍ​ມາ​ເຖິງ​ປີ  ພ.ສ. 2533 ອາລ໌​ພາເນັດບໍ່ສາມາດ​ຮອງ​ຮັບ​ການ​ເປັນ​ກະດູກ​ສັນ​ຫລັງຂອງ​ລະບົບ​ບໍ່​ໄດ້  ຈຶ່ງ​ໄດ້​ຍຸດຕິ​ອາລ໌​ພາ​ເນັດ ແລະ​ ປ່ຽນ​ໄປ​ໃຊ້   NSFNET   (National Science Foundation)   ແລະ ​ເຄືອ​ຂ່າຍອື່ນໆ ແທນ​ຈົນໄດ້ກາຍມາເປັນເຄືອ​ຂ່າຍ​ຂະໜາດ​ໃຫຍ່  ຈົນ​ເຖິງ​ທຸກ​ມື້​ນີ້ ແລະ​ ຮຽກ​ເຄືອ​ຂ່າຍ​ນີ້​ວ່າ: ອິນ​ເຕີລ໌​ເນັດ  ໂດຍ​ເຄືອ​ຂ່າຍ​ສ່ວນ​ໃຫຍ່​ຈະ​ຢູ່ໃນ​ສະຫະລັດອາເມລິກາ  ແລະ  ປະຈຸບັນ​ນີ້​ມີ​ເຄືອ​ຂ່າຍ​ຍ່ອຍ​ຫລາຍ​ເຖິງ   50,000  ເຄືອ​ຂ່າຍ  ເຊີ່ງຖືໄດວ່າໃນປີ  ພ.ສ 2528        (ຄ.ສ 1985)  ລະບົບ​ອິນ​ເຕີລ໌​ເນັດ​ຖື​ເປັນ​ເທັກ​ໂນ​ໂລ​ຢີທີ່ສົມບູນແບບ  ພ້ອມ​ຮອງຮັບ​ການ​ໃຊ້​ງານ​ດ້ານ​ການ​ສື່​ສານຢ່າງ​ແພ່ຫຼາຍໃນ​ວົງ​ກວ້າງ ໂດຍ​ສະເພາະ​ການ​ໃຊ້​ງານ  E-Mail,  Chat, Telnet, FTP   (File Transfer Protocol),  ແລະ  ການໃຊ້ງານດ້ານອື່ນໆ.
         ແຕ່ເຖິງຢ່າງໃດ​ກໍ່​ຕາມອິນ​ເຕີລ໌​ເນັດ  ບາງເທື່ອ​ກໍ່ມີ​ການ​ຮຽກ​ຫຍໍ້​ເປັນ ເນັດ (Net)  ຫລື  The Net ແລະ   ອີກ​ຄຳ​ໜຶ່ງ​ທີ່​ໝາຍ​ເຖິງ​ອິນ​ເຕີລ໌​ເນັດ​ກໍ່​ຄື: ເວັບ (Web)  ແລະ  (World ​ Wide Web)  ແທ້ໆ  ແລ້ວເວັບ​ເປັນພຽງ​ບໍລິການ​ໜຶ່ງ​ຂອງ​ອິນ​ເຕີລ໌​ເນັດ​ເທົ່າ​ນັ້ນ ແຕ່​ບໍລິການ​ນີ້  ຖື​ໄດ້​ວ່າ​ວ່າ​ເປັນ​ບໍລິການ​ທີ່​ມີ​ຜູ້​ນິຍົມ​ໃຊ້​ຫລາຍ​ທີ່ສຸດ.






แสดงความคิดเห็น

0 ความคิดเห็น