Advertisement

Responsive Advertisement

ຍອດຜູ້ກົດຖືກໃຈ Like ຫຼື Follower Page ຕອບໂຈດກັບທຸລະກິດຂອງທ່ານ ຫຼື ບໍ່?


📝ຍອດຜູ້ກົດຖືກໃຈ Like ຫຼື Follower ຕິດຕາມ facebook Page
🔓ຕອບໂຈດກັບທຸລະກິດຂອງທ່ານ ຫລື ບໍ່?
1️⃣ການມີຈຳນວນຜູ້ Like ຫຼື Follower ຫຼາຍຄົນ ບໍ່ໄດ້ໝາຍຄວາມວ່າຍອດຈຳນວນຜູ້ Like ຫຼື Follower ຈະໃຫ້ການຕອບຮັບກັບທຸລະກີດຂອງເຮົາທັງໝົດ!
2️⃣ການຍິງ Ads Boost Page ເພີ່ມຍອດ Like ຫຼື Follower ມີທັງຂໍ້ດີ ແລະ ຂໍ້ເສຍ, ຂໍ້ດີຄືໄດ້ຜູ້ຕິດຕາມເພີ່ມຂື້ນ ແຕ່ຈຳນວນຄົນຕິດຕາມອາດບໍ່ມີຄຸນະພາບຈະຊ່ວຍເພີ່ມຍອດຂາຍ
3️⃣ການເຂົ້າເຖິງຂອງ Facebook ຈະບໍ່ສະແດງໂພສທັງໝົດຂອງ Page ໃຫ້ກັບຜູ້ທີ່ກົດຖືກໃຈເພຈ ແຕ່ຈະສະແດງໂພສໃນ Page ໃຫ້ກັບຜູ້ທີ່ມີສ່ວນຮ່ວມກັບເພຈເທົ່ານັ້ນ!
📌ດັ່ງນັ້ນ, ການມີສ່ວນຮ່ວມຈະມີປະໂຫຍດຫຼາຍກວ່າການມີຍອດຄົນກົດຖືກໃຈເພຈ
👉Like ຫຼື Followe: ທີ່ມີຄຸນນະພາບຄືເປັນກຸ່ມຄົນທີ່ເປັນກຸ່ມເປົ້າໝາຍ ຫລື ເປັນກຸ່ມລູກຄ້າທີ່ເຮົາຈະນຳສິນຄ້າ ແລະ ບໍລິການໄປແກ້ບັນຫາແກ່ກຸ່ມນີ້
👉Like ຫຼື Followe: ບໍ່ມີຄຸນນະພາບຄືກຸ່ມທີ່ບໍ່ມີຄວາມສົນໃຈ ແລະ ບໍ່ຈັດຢູ່ໃນກຸ່ມຄົນທີ່ມີແນວໂນ້ມຈະມາໃຊ້ສິນຄ້າ ແລະ ບໍລິການຂອງເຮົາ


 

แสดงความคิดเห็น

0 ความคิดเห็น