Advertisement

Responsive Advertisement

ປະຫວັດຄວາມເປັນມາຂອງຊັອບແວຼ໌ປະຍຸກຕ໌

ປະຫວັດຄວາມເປັນມາຂອງຊັອບແວຼ໌ປະຍຸກຕ໌  (History Of  Application  Software)
         ໃນປະຈຸບັນນີ້ ຜູ້ຄົນຫລວງ-ຫລາຍຕ່າງກຳລັງໃຫ້ຄວາມສົນໃຈ ແລະ ໃຊ້ງານສິ່ງທີ່ຮຽກວ່າ: ແອບພິເຄຊັ່ນ (Application) ຫລື ແອບ (App) ກັນຢ່າງແພ່ຫລາຍ  ເຮົາອາດຈະບໍ່ເຂົ້າໃຈຄວາມຫມາຍຂອງມັນວ່າມັນຄືຫຍັງກັນແນ່ ແອບພິເຄຊັ່ນ  (Application) ຄື ຊອັບແວຼ໌  (Software) ປະເພດໜຶ່ງທີ່ຊ່ວຍໃຫ້ເຮົາສາມາດກະທຳການບາງຢ່າງໄດ້ຕາມຄວາມຕ້ອງການຂອງເຮົາ ແອບພິເຄຊັ່ນ(Application) ໄດ້ແບ່ງອອກເປັນ 2 ແອບພິເຄຊັ່ນ (Application) ຄື: ແອບພິເຄຊັ່ນ (Application) ສຳລັບໃຊ້ງານເທິງເຄື່ອງຄອມພິວເຕີຕັ້ງໂຕະ ແລະ  ໂນ໊ດບຸ໊ກ (Note book)  ຮຽກວ່າ: ແດັດທອບ ແອບພິເຄຊັ່ນ (Desktop Applications) ແລະ ແອບພິເຄຊັ່ນ (Appication)   ທີ່ເຮັດວຽກເທິງເຄື່ອງອຸປະກອນພົກພາທັງຫລາຍຮຽກວ່າ: ໂມບາຍລ໌ ແອບພິເຄຊັ່ນ  (Mobile Applications) ເຊີ່ງທຸກໆແອບພິເຄຊັ່ນລ້ວນແຕ່ທຳງານ ຫລື ລັນ ເທິງລະບົບປະຕິບັດການທັງນັ້ນເຊັ່ນ: ແອບພິເຄຊັ່ນສຳລັບຄອມພິວເຕີ ຫລື ແດັດທອບແອບພິເຄຊັ່ນ (Desktop Applications)  ແມ່ນຈະສາມາດລັນໄດ້ໃນລະບົບປະຕິບັດການຂອງຄອມພິວເຕີເທົ່ານັ້ນເປັນຕົ້ນວ່າ: ລະບົບປະຕິບັດການ Microsoft  Windows , Linux,  Unix  ແລະ ອື່ນໆ... ແມ່ນເຮົາຈະສາມາດນໍາແອບພິເຄຊັ່ນຕ່າງໆ  ມາຕິດຕັ້ງໃສໃນລະບົບປະຕິບັດການນັ້ນໆໄດ້ ແລະ ກໍ່ສາມາດໃຊ້ງານໄດ້ຕາມທີ່ເຮົາຕ້ອງການ, ສ່ວນໂມບາຍແອບພິເຄຊັ່ນ (Mobile Applications)   ແມ່ນຈະສາມາດລັນໄດ້ໃນລະບົບປະຕິບັດການຂອງອຸປະກອນພົກພາເທົ່ານັ້ນເປັນຕົ້ນວ່າ: ລະບົບປະຕິບັດການ Android,  Windows  IOS  Mobile Phone  ແລະ ອື່ນໆ… ແມ່ນຈະສາມາດຕິດຕັ້ງໄດ້ແຕ່ໂມບາຍແອບພິເຄຊັ່ນເທົ່ານັ້ນ, ລົງໃສ່ໃນລະບົບປະຕິບັດອຸປະກອນພົກພາ  ສ່ວນແດັດທອບແອບພິເຄຊັ່ນ (Desktop  Applications)   ແມ່ນຈະບໍ່ມາມາດນ້ຳມາຕິດຕັ້ງລົງໃສ່ໃນລະບົບປະຕິບັດການຂອງການຂອງອຸປະກອນພົກພານີ້ໄດ້. 

แสดงความคิดเห็น

0 ความคิดเห็น