Advertisement

Responsive Advertisement

6 ແນວທາງໃນການພັດທະນາຕົນເອງ ການພັດທະນາຕົນເອງກໍ່ເປັນອີກ ພາລະກິດທີ່ເຮົາຕ້ອງເຮັດ


ສິ່ງໜຶ່ງທີ່ສຳຄັນສຳລັບສັງຄົມມະນຸດເຮົາທີ່ຄຽງຄູ່ກັບການດຳລົງຊີວິດກໍ່ຄືການພັດທະນການ ແລະ ປ່ຽນແປງຈາກສິ່ງເກົ່າເປັນສິ່ງໃໝ່ ແລະ ການພັດທະນາຕົວເອງກໍ່ຖືເປັນສິ່ງໜຶ່ງທີ່ສຳຄັນສຳລັບຕົວເຮົາ ທຸກຄົນຍອມຍາກມີການພັດທະນາ ແລະ ການປ່ຽນແປງທີ່ດີຂື້ນບໍ່ຈະເປັນດ້ານການເງິນ ການງານ ສຸຂະພາບ ຄວາມຮັກ ແລະ ຄອບຄົວ ຄືຢາກປະສົບຜົນສຳເລັດໃນຊີວິດ ແຕ່ສິ່ງເຫລົ່ານີ້ ກ່ອນເຮົາຈະໄດ້ມາ ຖ້າເຮົາບໍ່ມີການພັດທະນາ ບໍ່ມີທັກສະ ບໍ່ມີການຮຽນຮູ້ ແລະ ປັບປ່ຽນ ບໍ່ໄດ້ລົງມືເຮັດປະຕິບັດ ຜົນຮັບຍອມບໍ່ຕາມມາ ສະນັ້ນ ການພັດທະນາຕົນເອງກໍ່ເປັນອີກ ພາລະກິດທີ່ເຮົາຕ້ອງເຮັດ
1. ຮຽນຮູ້ຈາກເລື່ອງລາວຄວາສຳເລັດຜິດຫວັງທໍ້ແທ້ ຈາກຜູ້ທີ່ມີຄວາມສຳເລັດ ແລ້ວນຳມາປະຍຸກໃຊ້ກັບຊີວິດຕົນເອງ
2. ເດີນຕາມຝັນຂອງຕົນເອງຢ່າເດີນຕາມຝັນຂອງຄົນສ່ວນໃຫຍ່ ສິ່ງໃດທີ່ເຮົາເຮັດຈົ່ງເດີນຕາມຝັນຂອງເຮົາ ເຖິງຄົນອື່ນຈະບໍ່ເຫັນດີກໍ່ຕາມຈົ່ງຟັງສຽງໃນຫົວຂອງຕົນເອງ ສິ່ງທີ່ຄົນສ່ວນໃຫຍ່ໆ ເຮັດຫລາຍ ເປັນສິ່ງທີ່ຫລາຍຄົນເຮັດສຳເລັດແລ້ວ ແຕ່ສິ່ງເຮົາຝັນ ແລະ ເຮົາເຮັດເປັນສິ່ງທີ່ຄົນອື່ນບໍ່ຄາດເຖິງ ແລະ ເຮົາຕ້ອງເຮັດໃຫ້ສຳເລັດ
3. ມີວິໄສທັດເບີ່ງການໄກ ຄືບໍ່ເຮັດຫຍັງໃນວົງແຄບ ມັກຊອກຮູ້ສິ່ງໃຫມ່ ໃຫ້ທັນໂລກທັນສັງຄົມ
4. ເປັນຜູ້ຮັບຟັງທີ່ດີ ຄືບາງຄັ້ງເຮົາກໍ່ຍອມຟັງເລື່ອງລາວຈ່ກຄວາມຄິດຂອງຄົນອື່ນ ບໍ່ເບີ່ງໂລກໃນແງດຽວ ຄວາມໝາຍດຽວ
5. ຮຽນຮູ້ ແລະ ຕັງຄຳຖາມກັບຕົວເອງ ສະແຫວງງຫາຄວາມຮູ້ມາໄຂ່ຄຳຕອບສິ່ງທີ່ຕົນເອງຢາກຮູ້ ສົງໄສບໍ່ໝັ້ນໃຈ ຫລື ຮູ້ແລ້ວ ແຕ່ຢາກພັດທະນສິ່ງນັ້ນໃຫ້ດີຂື້ນ
6. ມີຄວາມຮູ້ແລ້ວຕ້ອງແບ່ງປັນ ເພາະການແບ່ງປັນຖືເປັນສິ່ງໜື່ງທີ່ເຮົາໄດ້ພັດທະຕົນເອງໄປອີກດ້ວຍ


 

แสดงความคิดเห็น

0 ความคิดเห็น