Advertisement

Responsive Advertisement

ອິນເຕີລ໌ເນັດແມ່ນຫຍັງ

ຄວາມໝາຍຂອງອິນເຕີລ໌ເນັດ (Internet)

                ອິນ​ເຕີລ໌​ເນັດ (Internet) ນັ້ນ​ຫຍໍ້​ມາ​ຈາກ​ຄຳ​ວ່າ  International  network  ໝາຍ​ເຖິງເຄືອ​ຂ່າຍ​ຄອມພິວເຕີ​ຂະໜາດ​ໃຫຍ່​ທີ່​ເຊື່ອມ​ໂຍງ​ເຄືອ​ຂ່າຍຄອມພິວເຕີ​ທົ່ວ​ໂລກ​ເຂົ້າ​ໄວ້​ນຳກັນ ເພື່ອ​ໃຫ້​ເກີດ​ການຕິດຕໍ່​ສື່​ສານ ແລະ​ ເກີດການ​ແລກ​ປ່ຽນ​ຂໍ້​ມູນ​ຮ່ວມ​ກັນ ໂດຍ​ອາໄສ​ຕົວ​ເຊື່ອມ​ເຄືອ​ຂ່າຍ​ພາຍໃຕ້​ມາດຕະຖານ​  ການ​ເຊື່ອມ​ໂຍງ​ດຽວ​ກັນນັ້ນ​ກໍ່ຄື  TCP/IP  Protocol   ເຊີ່ງ​ເປັນ​ຂໍ້​ກຳນົດ​ວິທີ​ການ​ຕິດ​ຕໍ່​ສື່​ສານ​ລະຫວ່າງ​ຄອມພິວເຕີ​ໃນ​ລະບົບ​ເຄືອ​ຂ່າຍນັ້ນເອງ  ການ​ທີ່​ມີ​ລະບົບ​ອິນ​ເຕີລ໌​ເນັດ ເຮັດໃຫ້​ສາມາດ​ເຄື່ອນ​ຍ້າຍ​ຂ່າວ​ສານ​ຂໍ້​ມູນ​ຈາກ​ທີ່​ໜຶ່ງ​ໄປ​ຍັງ​ອີກ​ທີ່​ໜຶ່ງ​ໄດ້  ໂດຍ​ບໍ່​ຈໍາ​ກັດໄ​ລ​ຍະ​ທາງ  ສົ່ງ​ຂໍ້​ມູນ​ໄດ້​ຫລາຍ​ຮູບ​ແບບ  ທັງ​ຂໍ້ຄວາມ​ຕົວ​ໜັງສື, ພາບ ແລະ  ສຽງ  ໂດຍ​ອາໄສ​ເຄືອ​ຂ່າຍ​ໂທລະ​ຄົມມະ​ນາ​ຄົມ​ເປັນ​ຕົວ​ເຊື່ອມ​ຕໍ່​ເຄືອ​ຂ່າຍ​ອິນ​ເຕີລ໌​ເນັດ​ເປັນ​​ລະບົບ​ເຄືອ​ຂ່າຍ​ທີ່​ຍິ່ງ​ໃຫຍ່​ຫລາຍ   ມີ​ເຄື່ອງ​ຄອມພິວເຕີ​ຫຼາຍ​ລ້ານ​ເຄື່ອງ​ທົ່ວ​ໂລກ​ເຊື່ອມ​ຕໍ່​ກັບ​ລະບົບ    ເຮັດໃຫ້​ຄົນ​ໃນ​ໂລກ​ທຸກ​ຊາດ​ທຸກ​ພາສາ​ສາມາດ​ຕິດ​ຕໍ່​ສື່​ສານ​ກັນ​ໄດ້  ໂດຍ​ບໍ່​ຕ້ອງ​ເດິນທາງ​ໄປໂລກ​ທັງ​ໂລກ​ປຽບ​ເໝືອນ​ເປັນ​ເຮືອນ​ໜຶ່ງ​ທີ່​ທຸກ​ຄົນ​ໃນ​ເຮືອນ​ສາມາດ​ເວົ້າ​ຄຸຍ​ກັນ​ໄດ້​ຕະຫລອດ 24 ຊົ່ວ​ໂມງ ປະ​ຫຍັດ​ເວລາ ຄ່າ​ໃຊ້​ຈ່າຍ ແລະ ກໍ່ມີປະໂຫຍດ​ຕໍ່​ສັງຄົມ​ໂລກໃນ​ປະຈຸບັນ​ຫລາຍ. ຫລື ເວົ້າອີກຢ່າງໜື່ງວ່າ: ອິນເຕີລ໌ເນັດແມ່ນເປັນລະບົບເຄືອຂ່າຍຄອມພິວເຕີທີ່ໃຫຍ່ທີ່ສຸດ ເກີດຈາກການເຊື່ອມຕໍ່ຫຼາຍໆ ເຄືອຂ່າຍໃນທົ່ວໂລກເຂົ້າໃສ່ກັນຜູ້ໃຊ້ສາມາດເອີ້ນໃຊ້ຂໍ້ມູນຈາກເຄືອຂ່າຍຕ່າງໆ ໄດ້ ເປັນຖານຂໍ້ມູນລະດັບໂລກ ເປັນບ່ອນແລກປ່ຽນຂ່າວສານຂໍ້ມູນກັນໄດ້ຢ່າງວ່ອງໄວໃນທົ່ວໂລກ.





แสดงความคิดเห็น

0 ความคิดเห็น