ໃນປະຈຸບັນສຳລັບ 4 ທັກສະນີ້ ແມ່ນມີຄວາມສຳຄັນ ແລະ ຈຳເປັນຫລາຍ ຖ້າເຮົາຝຶກຝົນຕົນເອງໃຫ້ມີທັກສະນີ້ຕິດຕົວ ແລະ ສາມາດນຳໄປປະກອບເຂົ້າກັບວຽກງານຕົວຈິງ ຂ້າພະເຈົ້າເຊື່ອວ່າຈະຜົນບວກໃຫ້ກັບງານຂອງທ່ານຢ່າງແນ່ ຮູ້ 2 ຢ່າງດີກວ່າຮູ້ຢ່າງ 1 ມັກຮຽນຮູ້ ຖືເປັນສິ່ງທີ່ດີ ແຕ່ຮຽນຮູ້ແລ້ວຕ້ອງນຳມາປະຍຸກໃຊ້ໃຫ້ເກີດປະໂຫຍດນຳ ສຳລັບ 4 ທັກສະນີ ຖ້າເຮົາສາມາດເຮັດໄດ້ເຖິງບໍ່ຄົບ 4 ຢ່າງກໍ່ຕາມ ແຕ່ ຖ້າເຮັດໄປໄດ້ 1 ຢ່າງກໍ່ຖືວ່າທ່ານມີຈຸດປ່ຽນທີ່ດີຂື້ນ ເລີ່ມເຮັດແຕ່ມື້ນີ້ດີກວ່າບໍ່ໄດ້ລົງມືເຮັດ ແລ້ວເສຍໃຈພາຍຫລັງກັບມາແກ້ໄຂບໍ່ໄດ້ ເພາະເຮົາມີເວລາຈຳກັດ