ຍ້ອນຫຍັງ Facebook ຈຶ່ງເປັນສື່ອອນລາຍທີ່ດີທີ່ສຸດສຳຫຼັບການຕະຫຼາດໃນລາວ
1. ຄ່ານິຍົມ ໂດຍສ່ວນໃຫຍ່ຄ່ານິຍົມຂອງລາວເຮົາແມ່ນຢູ່ໃນ Facebook ເຊິ່ງກວມເອົາເກືອບເຄີ່ງໜື່ງຂອງປະຊາກອນທັງໝົດໃນປະເທດລາວ ຄິດເປັນເປີເຊັນ 47%
2. ປະຊາກອນຈຳນວນຫຼາຍ - ເກືອບທຸກເພດທຸກໄວຮູ້ນຳໃຊ້ Facebook ເລີ່ມແຕ່ອາຍຸ 14 ຫາ 54 ປີ ຄິດເປັນ ຂອງຜູ້ໃຊ້ໃນລາວ
3. ມີອັດຕາການເພີ່ມຂຶ້ນຢ່າງວ່ອງໄວໃນປີ 2021 ຈຳນວນຜູ້ໃຊ້ Facebook ໄດ້ເພີ່ມຂຶ້ນຈາກ 2.9 ເປັນ 3.17 ລ້ານຄົນ ແລະ ໃນຊ່ວງວິກິດໂຄວິດ Covid-19 ຄົນຍິງຫັນມາສົນໃຈການເຮັດການຕະຫລາດໃນ Facebook ຫຼາຍຂື້ນ, ການຊ່ວງຊີ ແລະ ການແຂງຂັນກໍ່ສູງຂື້ນເຊັ່ນກັນ.
4. ມີກຸ່ມເປົ້າໝາຍໂຄສະນາທີ່ສູງ ທ່ານສາມາດກຳນົດກຸ່ມເປົ້າໝາຍໂດຍໃຊ້ປັດໄຈຕ່າງໆເຊັ່ນ: ເພດ, ອາຍຸ, ທີ່ຕັ້ງ, ຄວາມສົນໃຈ ແລະ ອື່ນໆ...
5. ຄວາມຫຼາກຫຼາຍຂອງເນື້ອຫາໃນ Facebook ມີໄວ້ສຳລັບທຸກຄົນ ແລະ ທຸກຮູບແບບທຸລະກິດ ແລະ ເຂົ້າເຖິງຕໍ່ທຸກຄົນໄດ້ງ່າຍ ອັບເດດທຸກສະຖານະການໄດງ່າຍ.
6. ເຄື່ອງມືວິເຄາະປະມວນຜົນ ທ່ານຈະໄດ້ເຫັນພາບລວມກ່ຽວກັບຂໍ້ມູນຕ່າງໆ ທີ່ສຳຄັນ ເຊິ່ງຈະຊ່ວຍໃຫ້ທ່ານສາມາດວິເຄາະປັບປຸງແກ້ໄຂໄດ້ ແລະ ສາມາດນຳມາປະຍຸກໃຊ້ເພື່ອໃຫ້ເກີດຜົນຮັບທີ່ດີໃນການເຮັດການຕະຫຼາດ.













0 ความคิดเห็น