Advertisement

Responsive Advertisement

ປະຫວັດຄວາມເປັນມາຂອງຊັອບແວຼ໌ປະຍຸກຕ໌

ປະຫວັດຄວາມເປັນມາຂອງຊັອບແວຼ໌ປະຍຸກຕ໌  (History Of  Application  Software)
ໃນ​ປະຈຸບັນ​ນີ້ ຜູ້​ຄົນ​ຫລວງ-ຫລາຍ​ຕ່າງ​ກຳ​ລັງ​ໃຫ້​ຄວາມ​ສົນ​ໃຈ ​ແລະ​ ໃຊ້​ງານ​ສິ່ງ​ທີ່​ຮຽກວ່າ: ແອບ​ພິ​ເຄ​ຊັ່ນ (Application) ຫລື ແອບ (App) ກັນ​ຢ່າງ​ແພ່​ຫລາຍ  ເຮົາ​ອາດຈະ​ບໍ່​ເຂົ້າໃຈ​ຄວາມຫມາຍ​ຂອງ​ມັນ​ວ່າ​ມັນ​ຄື​ຫຍັງ​ກັນ​ແນ່ ແອບ​ພິ​ເຄ​ຊັ່ນ  (Application) ຄື ຊອັບແວຼ໌  (Software) ​ປະ​ເພດ​ໜຶ່ງ​ທີ່​ຊ່ວຍ​ໃຫ້​ເຮົາ​ສາມາດ​ກະທຳ​ການ​ບາງຢ່າງ​ໄດ້​ຕາມ​ຄວາມ​ຕ້ອງ​ການ​ຂອງ​ເຮົາ ແອບ​ພິ​ເຄ​ຊັ່ນ​ (Application)ໄດ້ແບ່ງອອກເປັນ 2 ແອບ​ພິ​ເຄ​ຊັ່ນ ​(Application) ຄື: ແອບ​ພິ​ເຄ​ຊັ່ນ ​(Application) ສຳລັບ​ໃຊ້​ງານ​ເທິງ​ເຄື່ອງ​ຄອມພິວເຕີ​ຕັ້ງ​ໂຕະ ​ແລະ​  ໂນ໊ດ​​ບຸ໊​ກ​ (Notebook)  ຮຽກວ່າ: ​ແດັດທອບ ແອບ​ພິ​ເຄ​ຊັ່ນ (Desktop Applications)ແລະ ແອບ​ພິ​ເຄ​ຊັ່ນ (Application) ​  ທີ່​ເຮັດວຽກ​ເທິງ​ເຄື່ອງ​ອຸປະກອນ​ພົກ​ພາ​ທັງ​ຫລາຍຮຽກວ່າ: ໂມ​ບາຍລ໌ ແອບ​ພິ​ເຄ​ຊັ່ນ  (Mobile Applications) ​​ເຊີ່ງ​ທຸກໆແອບພິເຄຊັ່ນລ້ວນແຕ່ທຳງານ ຫລື ລັນເທິງລະບົບປະຕິບັດການທັງນັ້ນເຊັ່ນ: ​ແອບ​ພິ​ເຄ​ຊັ່ນ​ສໍາລັບ​ຄອມ​ພິວ​ເຕີ ຫລື ​ແດັດທອບແອບ​ພິ​ເຄ​ຊັ່ນ (Desktop Applications) ແມ່ນ​ຈະ​ສາມາດ​ລັນ​ໄດ້​ໃນ​ລະບົບ​ປະຕິບັດການ​ຂອງ​ຄອມ​ພິວ​ເຕີ​ເທົ່າ​ນັ້ນ​ເປັນຕົ້ນວ່າ: ລະບົບ​ປະຕິບັດ​ການ Microsoft  Windows Linux,  Unix  ​ແລະ ອື່ນໆ ແມ່ນເຮົາຈະສາມາດນໍາແອບ​ພິ​ເຄ​ຊັ່ນຕ່າງໆ  ມາຕິດຕັ້ງໃສໃນລະບົບປະຕິບັດການນັ້ນໆໄດ້ ແລະ ກໍ່ສາມາດໃຊ້ງານໄດ້ຕາມທີ່ເຮົາຕ້ອງການ, ສ່ວນໂມ​ບາຍແອບ​ພິ​ເຄ​ຊັ່ນ (Mobile Applications)  ແມ່ນຈະສາມາດລັນໄດ້ໃນລະບົບປະຕິບັດການຂອງອຸປະກອນພົກພາເທົ່ານັ້ນເປັນຕົ້ນວ່າ: ລະບົບປະຕິບັດການ Android,  Windows  IOS  Mobile Phone ​ ແລະ ອື່ນໆ…​​ແມ່ນຈະສາມາດຕິດຕັ້ງໄດ້ແຕ່ໂມ​ບາຍແອບ​ພິ​ເຄ​ຊັ່ນ​ເທົ່າ​ນັ້ນ, ລົງ​ໃສ່​ໃນ​ລະບົບ​ປະຕິບັດອຸປະກອນພົກພາ ສ່ວນ​ແດັດທອບແອບ​ພິ​ເຄ​ຊັ່ນ (Desktop  Applications) ​  ແມ່ນ​ຈະ​ບໍ່ມາ​ມາດ​ນໍາ​ຕິດ​ຕັ້ງ​ລົງ​ໃສ່​ໃນ​ລະບົບ​ປະຕິບັດ​ການ​ຂອງ​ການ​ຂອງ​ອຸປະກອນ​ພົກ​ພານີ້​ໄດ້.  



แสดงความคิดเห็น

0 ความคิดเห็น